About Us Press Releases

ຂ່າວ (Lao) : ພິທີມອບລາງວັນງານອາຊຽນ - ອິນເດຍ ຫັກຄະທອນ2021

Posted on: February 17, 2021 | Back | Print


ສະຖານທູດອິນເດຍ

 ວຽງຈັນ

 ຂ່າວ

 ພິທີມອບລາງວັນງານອາຊຽນ - ອິນເດຍ ຫັກຄະທອນ2021

ສະຖານທູດອິນເດຍໄດ້ສາຍຫນ້າຈໍອອກອາກາດສົດຂອງພິທີມອບລາງວັນງານອາຊຽນ-ອິນເດຍ ຫັກຄະທອນ2021 ໃນວັນທີ 4 ກຸມພາ 2021. ໂດຍມີນັກສຶກສາລາວຈາກມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຄູອາຈານ ພ້ອມຜູ້ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ທ່ານ ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ກໍ່ໄດ້ເຂົ້າຮ່ວມເຊັ່ນກັນ.

2. ທ້າວ ພຸດທະວັນ ສີສະຫວັດ ເຊິ່ງເປັນນັກສຶກສາຄະນະນິຕິສາດ ແລະ ລັດຖະສາດ, ພາກວິຊາພົວພັນສາກົນ ປີທີ 4, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ແບ່ງປັນປະສົບການຂອງລາວທີ່ເຂົ້າຮ່ວມ ຫັກຄະທອນແລະໄດ້ກ່າວວ່າລາວບໍ່ຮູ້ທິດທາງແນວຄິດຂອງງານຫັກຄະທອນມາກ່ອນ, ລາວກັງວົນວ່າຈະຮ່ວມມືກັບນັກສຶກສາຂອງປະເທດອື່ນແນວໃດ.  ລາວ​ເວົ້າ​ວ່າລາວຍັງບໍ່ທັນໄດ້ພົບກັບເພື່ອນຮ່ວມທີມຂອງລາວຈາກປະເທດອື່ນຈັກເທືອ ແຕ່ສຸດທ້າຍພວກເຂົາກໍ່ໄດ້ເປັນຫມູ່ທີ່ດີຕໍ່ກັນ.  ທີມຂອງລາວໄດ້ຮັບລາງວັນທີ 1 ຫົວຂໍ້ ການຂາດສັນຍານ ແລະ ກນບໍ່ຕອບສະຫນອງຂໍ້ມູນຂອງລະບົບ (AIS) 

3. ນາງ ທິບພະຈັນ ມີໄຊຜົນ ເຊິ່ງເປັນນັກສຶກສາຄະນະນິຕິສາດ ແລະ ລັດຖະສາດ, ພາກວິຊາພົວພັນສາກົນ ປີທີ 3, ມະຫາວິທະຍາໄລແຫ່ງຊາດລາວ ຮູ້ສຶກຕື່ນເຕັ້ນຫຼາຍກ່ອນທີ່ເຂົ້າຮ່ວມໃນງານຫັກຄະທອນ. ລາວກໍ່ບໍ່ຮູ້ທິດທາງແນວຄິດຂອງງານຫັກຄະທອນ ແລະ ສຸດທ້າຍກໍ່ຊ່ວຍກັນແກ້ໄຂໂຈດບັນຫາ, ລາວ​ເວົ້າວ່າລາວຈະແບ່ງປັນຄວາມຊົງຈຳດີໆເຫລົ່ານີ້ໃຫ້ກັບໝູ່ເພື່ອນຂອງລາວ.  ທີມຂອງລາວກໍ່ໄດ້ຮັບລາງວັນທີ 1 ໃນຫົວຂໍ້ ການເພີ່ມມາດຕະການຄວາມປອດໄພແຄມຝັ່ງທະເລ.

4. ທ້າວ ຄອນສະຫວັນ ດວງມາລາ ກ່າວວ່ານີ້ແມ່ນປະສົບການຄັ້ງທຳອິດຂອງລາວ.  ລາວໄດ້ຮ່ວມກຸ່ມກັບນັກສຶກສານານາຊາດເປັນຄັ້ງທຳອິດເພື່ອແກ້ໄຂໂຈດບັນຫາ.  ລາວວ່າຈະແບ່ງປັນປະສົບການຂອງງານຫັກຄະທອນ ກັບໝູ່ຂອງລາວ ແລະ ຈະຊຸກຍູ້ໃຫ້ຫມູ່ເຂົ້າຮ່ວມງານໃນຄັ້ງຕໍ່ໄປ.

5. ພະນະທ່ານ ສາດສະດາຈານ ດຣ ພຸດ ສີມມາລາວົງ ຮອງລັດຖະມົນຕີ, ກະຊວງສຶກສາທິການ ແລະກິລາ, ສປປ ລາວ ທ່ານໄດ້ເຂົ້າຮ່ວມຢ່າງໃກ້ຊິດ ແລະ ທ່ານໄດ້ໃຫ້ຄຳເຫັນຕໍ່ງານຫັກຄະທອນ. ທ່ານໄດ້ເປີດໂອກາດໃຫ້ນັກສຶກສາລາວສາມາດຮ່ວມມືກັບອາຊຽນ ແລະ ນັກສຶກສາຊາວອິນເດຍເພື່ອແລກປ່ຽນຄວາມຮູ້ຄວາມສາມາດດ້ານວິຊາການຂອງເຂົາເຈົ້າໂດຍຜ່ານບັນຫາຕົວຈິງໃນການແກ້ໄຂ.  ທ່ານລັດຖະມົນຕີຍັງໄດ້ອວຍພອນໃຫ້ບັນດາທີມແຂ່ງຂັນ ແລະ ຜູ້ເຂົ້າຮ່ວມທຸກຄົນໃຫ້ພະຍາຍາມເຂົ້າຮ່ວມງານໃນຄັ້ງຕໍ່ໄປ.

6. ທ່ານ ດຣ S. Jaishankar, ລັດຖະມົນຕີກະຊວງການຕ່າງປະເທດ ຂອງອິນເດຍ ໄດ້ກ່າວຄຳປາໄສ ພ້ອມທັງກ່າວເຖິງງານຫັກຄະທອນ. ເຊິ່ງເປັນງານເອກະລັກສະເພາະໃຫ້ກັບນັກສຶກສາຫນຸ່ມນ້ອຍ ທີ່ເອົາໃຈໃສ່ລວມພະລັງ ແລະ ໃຊ້ເຕັກໂນໂລຊີຂອງພວກເຂົາ ເພື່ອຜັກດັນໃຫ້ເຂົາແກ້ໄຂບັນຫາສະເພາະຫນ້າທີ່ປະເຊີນຢູ່ ເຊິ່ງມັນເປັນວິທີທີ່ດີຫລາຍທີ່ເປີດໂອກາດໃຫ້ນັກສຶກສາໄດ້ສະແດງໃຫ້ເຫັນທັດສະນະ, ວັດທະນະທຳ ແລະ ຈັນຍາບັນ ໃນການເຮັດວຽກທີ່ແຕກຕ່າງກັນໃນແຕ່ເຂດແດນ. ວິທີແກ້ໄຂກໍຕ້ອງມີຮ່ວມມືກັນຢ່າງແທ້ຈິງ ແລະ ຫລາຍຝ່າຍ

7. ທ່ານທູດ ດິນກາ ອາດສທານາ ກໍ່ໄດ້ພົວພັນກັບນັກສຶກສາລາວ ແລະ ຄູອາຈານ ທ່ານກໍ່ຫວັງວ່ານັກສຶກສາລາວຈະກ້າວຫນ້າເປັນຜູ້ມີປະສົບການທີ່ໄດ້ຮັບຈາກງານຫັກຄະທອນ ສາມາດໄປໃນອະນາຄົດຂອງພວກເຂົາ.  ທ່ານກໍ່ສະແດງຊົມເຊີຍຜູ້ເຂົ້າຮ່ວມທຸກທ່ານ, ທ່ານສັງເກດເບິ່ງວ່າການໄດ້ຮັບລາງວັນແມ່ນບໍ່ມີຄວາມສຳຄັນເທົ່າກັບການເຂົ້າຮ່ວມແລະໄດ້ຮັບປະສົບການໃນການແກ້ໄຂບັນຫາແລະການສ້າງສາຍສຳພັນຂ້າມຊາດ.

8. ງານອາຊຽນ - ອິນເດຍ ຫັກຄະທອນ ໄດ້ດຳເນີນຢ່າງເປັນທາງການແຕ່ວັນທີ 1-3 ກຸມພາ 2021. ເຊິ່ງຫົວຂໍ້ທີ່ຖືກຄັດເລືອກໃນງານແມ່ນເສດຖະກິດ ແລະ ການສຶກສາທີ່ບໍ່ມີພົມແດນ ສຳລັບງານຫັກຄະທອນ  ມີນັກສຶກສາທັງໝົດ 330 ຄົນ ແລະ ຄູອາຈານ 90 ຄົນເຂົ້າຮ່ວມຈາກ 10 ປະເທດອາຊຽນ ແລະ ອິນເດຍ ແລະ ໄດ້ແບ່ງອອກເປັນ 55 ທີມ.  ແຕ່ລະທີມມີນັກສຶກສາຈາກ3 ຫລື 4 ປະເທດທີ່ແຕກຕ່າງກັນ.  ຈາກ ສປປ ລາວ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ຈຳນວນ 27 ຄົນ, ຄູອາຈານ 10 ຄົນ ທີ່ມາຈາກຫລາຍພາກສ່ວນເຂົ້າຮ່ວມ.  ທີມທີ່ຊະນະເລີດໄດ້ຮັບລາງວັນຂອງ 2700 ໂດລາສະຫະລັດ, ທີມຮອງຊະນະເລີດໄດ້ຮັບລາງວັນ 1500 ໂດລາສະຫະລັດ ແລະ ທີມທີ່ຍັງເຫຼືອໄດ້ຮັບລາງຊົມເຊີຍ 600 ໂດລາສະຫະລັດ.  ຈາກສປປ ລາວ, ມີນັກສຶກສາ 2 ຄົນແມ່ນສ່ວນໜຶ່ງ ໃນທີມທີ່ຊະນະເລີດ ແລະ ນັກສຶກສາ3 ຄົນແມ່ນສ່ວນໜຶ່ງຂອງທີມຮອງຊະນະເລີດ.  ງານອາຊຽນ - ອິນເດຍ ຫັກຄະທອນ ອາດຈະກາຍເປັນງານປະຈຳປີ.

9. ງານສະຫລຸບດັ່ງກ່າວໄດ້ມີຄົນມາເຂົ້າຮ່ວມຢ່າງມ່ວນຊື່ນ ແລະ ໄດ້ຮັບປະທານອາຫານອິນເດຍແຊບໆ.


Press Releases